ການບໍລິການຊີບປິງ
ໃນປິ 2024 ຜ່ານມາ ບສ ໃນເຄື່ອກຸ່ມເອັສເອັກ ໄດ້ຮັບໃຊ້ໃນວຽກງານການບໍລິການຊິບປິ້ງທີ່ດ່ານພາສີສາກົນແດນສະຫວັນ ແລະ ນຳຂະບວນລົດຂື້ນມາຈາກໜ້າດ່ານພາສີສາກົນແດນສະຫວັນ ເຖິງ ບໍລິສັດ ວິນຟາດລາວ, ໂດຍເປັນການວ່າຈ້າງຈາກ ກະຊວງ ການຕ່າງປະເທດ ໃນການບໍລິການຊິບປີງ ນຳເຂົ້າລົດ VINFAST VF9 ຈໍານວນ 20 ຄັນ, ການຊ່ວຍເຫຼືອລ້າຈາກລັດຖະບານ ສ.ສ ຫວຽດນາມ, ເນື່ອງໃນໂອກາດທີ່ ສ.ປ.ປ ລາວ ເປັນປະທານກອງປະຊຸມອາຊຽນຄັ້ງທີ 44 ປີ 2024.
ຂີດໝາຍຄວາມຮ່ວມມືຍຸດທະສາດ ທາງດ້ານໂລຈິສຕິກ ຂ້າມພາກພື້ນ 🤝"
ໃນວັນທີ 15 ມິຖຸນາ 2022: ໄດ້ມີພິທີເຊັນສັນຍາຮ່ວມມື ວ່າດ້ວຍການຂົນສົ່ງທາງລົດໄຟ ຈີນ-ລາວ-ໄທ 🗺️ ຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ. ເຊິ່ງເປັນການຈັບມືຄັ້ງສຳຄັນລະຫວ່າງ 4 ພັນທະມິດທຸລະກິດຊັ້ນນຳ ໄດ້ແກ່: ບໍລິສັດ ຮາຍຫຼານ ອິນເຕີເນເຊັນເນວ ໂລຈິສຕິກ ຈໍາກັດ, ບໍລິສັດ ໂຊລຮິດຈໍ ເອັກເພຣັສ ຈໍາກັດ, ບໍລິສັດ ແສງໄຊ ຈະເລີນຊັບການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ແລະ ບໍລິສັດ ເອັສ ເອັກ ການຄ້າສາກົນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ (ເຊິ່ງປັດຈຸບັນໄດ້ເຕີບໃຫຍ່ ແລະ ຫັນປ່ຽນມາເປັນ ບໍລິສັດ ເອັສ ເອັກ ກຣຸບ ຈຳກັດ ຫຼື SX GROUP 💎).
ການຮ່ວມມືໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນ ໃນການເຊື່ອມໂຍງເຄືອຂ່າຍການຂົນສົ່ງສິນຄ້າຂ້າມຜ່ານຊາຍແດນ ໂດຍການນຳໃຊ້ເສັ້ນທາງລົດໄຟ ເພື່ອເພີ່ມປະສິດທິພາບ, ຫຼຸດຜ່ອນຕົ້ນທຶນ ແລະ ຍົກລະດັບຄວາມວ່ອງໄວໃນການບໍລິການ 🚀. ທັງນີ້ ຍັງເປັນການຮ່ວມກັນຂັບເຄື່ອນ ສປປ ລາວ 🇱🇦 ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນ "ສູນກາງການເຊື່ອມໂຍງໂລຈິສຕິກຂອງພາກພື້ນ" ຢ່າງແທ້ຈິງ 🌐
ການບໍລິການຂົນສົ່ງຖ່ານຫີນຈາກບໍລິສັດ ເຊກອງ ພາເວີ ບ້ານ ກະລືມ, ເມືອງ: ດັກຈຶງ, ແຂວງ: ເຊກອງ ຫາ ບໍລິສັດ ຊັນເປເປີ ເມືອງ ເຊໂປນ, ແຂວງ ສະວັນນະແຂວງ ແລະ ຂົນສົ່ງແຮ່ທອງແດງທີ່ຜ່ານການປຸງແຕ່ງອອກໄປສູ່ຕ່າງປະເທດ
ການບໍລິການຊິບປິງລາວ-ໄທຍ ແລ່ນເອກະສານນໍາເຂົ້າສົ່ງ-ສົ່ງອອກ ສີນຄ້າຜ່ານຊາຍແດນ ດ່ານສາກົນຂົວມິຕະພາບ 4 ຫ້ວຍຊ້າຍ-ຊຽງຂອງ ແຂວງບໍ່ແກ້ວ ແລະ ການບໍລີການຊີບປິງ ດ່ານສາກົນບໍ່ເຕັນ, ແຂວງ ຫຼວງນ້ຳທາ.
ບັນຍາການ ການເຄື່ອນໄຫວວຽກງານຂົນສົ່ງ ແລະ ຊິບປິ້ງ ເອກະສານສີນຄ້ານໍາເຂົ້າ-ສົ່ງອອກ, ສີນຄ້າຜ່ານແດນສາກົນ ຢູ່ພາຍໃນດ່ານພາສີສາກົນຂົວມິດຕະພາບ 4 ແລະ ພາຍໃນເດີນສາງຄ້ຽນຖ່າຍສີນຄ້າ
ດ່ານພາສີສາກົນຂົວມິດຕະພາບ 4 (ຫ້ວຍຊາຍ-ຊຽງຂອງ) ຖືເປັນປະຕູເສດຖະກິດ ແລະ ຈຸດຍຸດທະສາດອັນສຳຄັນ ທີ່ເຊື່ອມໂຍງການຄ້າ-ການຂົນສົ່ງ ລະຫວ່າງ ສປປ ລາວ, ໄທ ແລະ ສປ ຈີນ ຕາມເສັ້ນທາງອານຸພາກພື້ນ R3A. ບັນຍາກາດການເຄື່ອນໄຫວວຽກງານຂົນສົ່ງ ແລະ ຊິບປິ້ງ (Shipping) ຢູ່ພາຍໃນດ່ານ ແລະ ເດີນສາງຄ່ຽນຖ່າຍສິນຄ້າ ແມ່ນມີຄວາມຄຶກຄັກຕະຫຼອດ 24 ຊົ່ວໂມງ ໂດຍມີຂະບວນລົດບັນທຸກ ແລະ ຕູ້ຄອນເທນເນີ ເຂົ້າມາຊົມໃຊ້ບໍລິການຢ່າງຫຼວງຫຼາຍ ໂດຍຜ່ານການກວດກາເອກະສານສິນຄ້ານໍາເຂົ້າ-ສົ່ງອອກ ແລະ ສິນຄ້າຜ່ານແດນສາກົນ ຢ່າງເປັນລະບົບ.
ຈຸດດີ ແລະ ຈຸດເດັ່ນ ຂອງດ່ານແຫ່ງນີ້ ຄືການມີທຳເລທີ່ຕັ້ງທີ່ດີເລີດ ເຮັດໃຫ້ການຂົນສົ່ງມີຄວາມວ່ອງໄວ ແລະ ປະຢັດຕົ້ນທຶນ. ປະກອບກັບການຫັນເປັນດິຈິຕອນ ໂດຍການນຳໃຊ້ລະບົບເອເລັກໂຕຣນິກ ເຊັ່ນ ASYCUDA ແລະ Smart Tax ເຂົ້າໃນການບໍລິຫານຈັດການ, ເຮັດໃຫ້ຂັ້ນຕອນການແຈ້ງພາສີມີຄວາມໂປ່ງໃສ, ວ່ອງໄວ ແລະ ຫຼຸດຜ່ອນຄວາມຊັກຊ້າໄດ້ຢ່າງຫຼວງຫຼາຍ ພ້ອມທັງມີໂຄງລ່າງພື້ນຖານ ແລະ ເດີນສາງຄ່ຽນຖ່າຍສິນຄ້າທີ່ກວ້າງຂວາງ ໄດ້ມາດຕະຖານ.
ແນວໃດກໍຕາມ, ດ່ານແຫ່ງນີ້ຍັງມີ ຈຸດອ່ອນ ແລະ ສິ່ງທ້າທາຍ ບາງປະການ ເປັນຕົ້ນແມ່ນ ບັນຫາຄວາມແອອັດຂອງປະລິມານສິນຄ້າ ໃນຊ່ວງລະດູການເກັບກ່ຽວຜົນຜະລິດກະສິກຳ ແລະ ສິ່ງທ້າທາຍດ້ານເວລາ ຈາກຄວາມບໍ່ແນ່ນອນຂອງການປ່ຽນແປງກົດລະບຽບ ຫຼື ມາດຕະການກວດກາຊາຍແດນຂອງປະເທດເພື່ອນບ້ານ ທີ່ຜູ້ປະກອບການຊິບປິ້ງຕ້ອງໄດ້ຕິດຕາມ ແລະ ປັບຕົວໃຫ້ທັນການ.