ກ້າວເດີນຄັ້ງປະຫວັດສາດ! ປະທານ SX GROUP ສາຍແສງໃນເວທີສາກົນ ງານມະຫາກຳອາຊຽນເອັກໂປ ຄັ້ງທີ 22
"ເມື່ອວິໄສທັດອັນແຮງກ້າ ພົບກັບໂອກາດອັນຍິ່ງໃຫຍ່!" ຖືເປັນອີກໜຶ່ງປາກົດການອັນສະຫງ່າງາມ ແລະ ໜ້າພາກພູມໃຈເປັນຢ່າງຍິ່ງ ໃນວັນທີ 15 ກັນຍາ 2025 ຜ່ານມາ ທີ່ມະຫານະຄອນນານນິງງ, ເຂດປົກຄອງຕົນເອງຊົນເຜົ່າຈວງກວາງຊີ, ສປ ຈີນ. ທ່ານ ນາງ ສຸລິນ ຊະນະໄຊ ປະທານກຸ່ມບໍລິສັດ ເອັສ ເອັກ (SX GROUP) ໄດ້ຮັບກຽດຢ່າງສູງສຸດໃນຖານະແຂກກິດຕິມະສັກ ເຂົ້າຮ່ວມງານສຸດຍອດລະດັບສາກົນ CHINA ASEAN EXPO SIGNING CEREMONY FOR "AI" EMPOWERMENT FOR DIVERSE INDUSTRIES PROJECT.
ຖ້ອຍຄຳຊົງພະລັງ ແລະ ວິໄສທັດແຫ່ງອະນາຄົດ
ໃນວາລະອັນຊົງກຽດນີ້, ທ່ານປະທານ ສຸລິນ ຊະນະໄຊ ໄດ້ຂຶ້ນກ່າວສູນທອນພົດ ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ລົ້ນເຫຼືອ ຕໍ່ພັນທະມິດ ແລະ ລັດຖະບານ ຈາກ ສປ ຈີນ ທີ່ໄດ້ມອບໂອກາດອັນມີຄ່າ ແລະ ໄດ້ເຊື່ອໝັ້ນໃນສັກກາຍະພາບອັນບໍ່ມີຂີດຈຳກັດຂອງ SX GROUP.
ພ້ອມດຽວກັນນັ້ນ, ທ່ານປະທານ ຍັງໄດ້ສ້າງຄວາມຕື່ນຕາຕື່ນໃຈໃຫ້ກັບຜູ້ເຂົ້າຮ່ວມງານ ດ້ວຍການນຳສະເໜີວິໄສທັດອັນກ້າວລ້ຳ ແລະ ແຜນການດຳເນີນທຸລະກິດຍຸກໃໝ່ ທີ່ຈະມີການຂັບເຄື່ອນດ້ວຍເຕັກໂນໂລຊີປັນຍາປະດິດ (AI) ເຊິ່ງກຳລັງຈະເລີ່ມເປີດສາກປະຕິບັດງານໃນໄວໆນີ້!