ໃນວັນທີ 19 ກັນຍາ 2025 ຜ່ານມາ: ຖືເປັນວາລະໂອກາດອັນມີກຽດສະຫງ່າ ແລະ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ນຳພາໂດຍ ທ່ານ ວັງ ຢາ ຊ້ອນ ຜູ້ອໍານວຍການສູນ ພ້ອມດ້ວຍຄະນະບໍລິຫານສູນ CAAIC ແລະ ທ່ານ ນາງ ສຸລິນ ຊະນະໄຊ ປະທານກຸ່ມ ບໍລິສັດ ເອັສ ເອັກ ຈຳກັດ (SX GROUP) ໄດ້ຮ່ວມກັນຈັດພິທີຂຳນັບຮັບຕ້ອນຢ່າງອົບອຸ່ນ ແລະ ສົມກຽດ ຕໍ່ ພະນະ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳຂັ້ນສູງ ຈຳນວນ 8 ທ່ານ ແລະ ທ່ານ ຫົວໜ້າກົງສູນໃຫຍ່ ປະຈຳນະຄອນນານໜິງ ໃນໂອກາດໃຫ້ກຽດເດີນທາງມາຢ້ຽມຊົມ ສູນສົ່ງເສີມນະວັດຕະກໍາປັນຍາປະດິດ (CAAIC) ທີ່ ນະຄອນນານໜິງ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ສປ ຈີນ.
ການທັດສະນະສຶກສາ ແລະ ຢ້ຽມຊົມສູນໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະແດງໃຫ້ເຫັນເຖິງຄວາມກ້າວໜ້າທາງດ້ານເຕັກໂນໂລຊີປັນຍາປະດິດ (AI) ທີ່ທັນສະໄໝເທົ່ານັ້ນ, ແຕ່ຍັງເປັນ ຂີດໝາຍອັນສຳຄັນ ໃນການຮັດແໜ້ນຄວາມສາຍສຳພັນ, ວິໄສທັດ ແລະ ການຮ່ວມມືຍຸດທະສາດ ລະຫວ່າງ ພາກລັດຖະບານລາວ ແລະ ພາກທຸລະກິດສອງຊາດ ລາວ-ຈີນ ເພື່ອຮ່ວມກັນຂັບເຄື່ອນ ແລະ ວາງຮາກຖານການຫັນເປັນດິຈິຕອນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງມີສະຖຽນລະພາບ ແລະ ຍືນຍົງໃນອະນາຄົດ.
ຄັ້ງວັນທີ 23 ກັນຍາ 2025 ຜ່ານມາ, SX GROUP ໄດ້ເຂົ້າຢ້ຽມຢາມບໍລິສັດ CHINA LINGXIAO INTELLIGENT TECHNOLOGY CO.,LTD ທີ່ນະຄອນນານນິງ, ເຂດປົກຄອງຕົນເອງຊົນເຜົ່າຈວງກວາງຊີ, ສປ ຈີນ. ບໍລິສັດດັ່ງກ່າວ ແມ່ນຜູ້ນຳໜ້າທາງດ້ານການພັດທະນາ ແລະ ສະໜອງຜະລິດຕະພັນເຕັກໂນໂລຊີອັດສະລິຍະທີ່ທັນສະໄໝ ແລະ ຜະລິດຕະພັນໂດຣນຂົນສົ່ງ, ໂດຣນສ່ອງແນມ, ອຸປະກອນສະກັດກັ້ນໂດຮນ. ການຢ້ຽມຢາມໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນ ໃນການສຶກສາຮຽນຮູ້, ແລກປ່ຽນປະສົບການ ແລະ ຊອກຫາໂອກາດໃນການຮ່ວມມືຍຸດທະສາດ ເພື່ອຮ່ວມກັນຂັບເຄື່ອນ ແລະ ນຳເອົານະວັດຕະກຳເຕັກໂນໂລຊີຂັ້ນສູງ ເຂົ້າມາມີສ່ວນຮ່ວມໃນການພັດທະນາເສດຖະກິດດິຈິຕອນໃນພາກພື້ນ 🌐."
ຄັ້ງວັນທີ 20 ກັນຍາ 2025 ຜ່ານມາ SX GROUP ໄດ້ສຶກສາຖອດຖອນບົດຮຽນ ແລະ ແລກປ່ຽນແນວຄວາມຄິດ ກັບ ທ່ານ SHEN shaomin ຜູ້ອໍານວຍການສະຖາບັນວິໄຈສິນລະປະສາທາລະນະ, ມະຫາວິທະຍາໄລ ແລະ ຜູ້ອໍານວຍການຝ່າຍສີນຂອງ (AIRS) ພ້ອມທັງຢ້ຽມຊົມຫ້ອງວາງສະແດງທີ່ ສະຖາບັນ ເຊີນເຈີ້ນ ປັນຍາປະດິດ ແລະ ຫຸ້ນຍຸ້ນ ສັງຄົມ (Shenzhen Institute of Arthicial intelligence and Robontics for socity)
"ພິທີເຊັນບົດບັນທຶກຂໍ້ຕົກລົງການຮ່ວມມື MOA ລະຫວ່າງ ບໍລິສັດ SX GROUP ກັບ ຄະນະວິທະຍາສາດທໍາມະຊາດ"
ພິທີເຊັນບົດບັນທຶກຂໍ້ຕົກລົງການຮ່ວມມື MOA ກ່ຽວກັບການຄົ້ນຄວ້າ ແລະ ສ້າງແບບຈໍາລອງປັນຍາປະດິດ ສໍາລັບ Lao Large Language Model ລະຫວ່າງ ບໍລິສັດ SX GROUP ກັບ ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2025 ທີ່ໂຮງແຮມຄຣາວພາຊາ, ເປັນກຽດຂຶ້ນເຊັນບົດບັນທຶກໂດຍ ທ່ານ ນາງ ສຸລິນ ຊະນະໄຊ ປະທານບໍລິສັດ SX GROUP ແລະ ທ່ານ ຮ.ສ ປອ ນາງ ວັນແສງ ຈຸນລະມະນີ ຄະນະບໍດີ ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ໂດຍມີ ທ່ານ ສຈ ປອ ເດຊານຸລາດ ແສງດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ສົມກຽດ ພະສີ ປະທານທີ່ປຶກສາ ບໍລິສັດ SX GROUP ມີບັນດາຄະນະບໍດີ, ຄະນະວິທະຍາສາດທໍາມະຊາດ, ຮອງປະທານບໍລິສັດ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
+ ທ່ານ ນາງ ສຸລິນ ຊະນະໄຊ ກ່າວວ່າ: ຈຸດປະສົງຫຼັກການຮ່ວມມື ແມ່ນຮ່ວມກັນສ້າງ ແລະ ການພັດທະນາ Lao Large Model ແລະ Lao Corpus, ເຊີ່ງ Lao Large Model ແມ່ນແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ທີ່ສ້າງຂຶ້ນເພື່ອພາສາລາວ ເພື່ອໃຫ້ AI ເຂົ້າໃຈ ແລະ ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ ແລະ Lao Corpus ແມ່ນຖານຂໍ້ມູນພາສາລາວທີ່ຄົບຖ້ວນ ຖືກຕ້ອງ ແລະ ມີມາດຕະຖານ ເປັນເຫມືອນ “ເຊື້ອເພີງພະລັງງານ” ທີ່ຊ່ວຍໃຫ້ AI ເວີຊັນພາສາລາວ ມີຄຸນນະພາບ ສາມາດນໍາໃຊ້ໄດ້ຈິງ ແລະ ສົມບູນ ແບບທີ່ສຸດ, ນອກນີ້ໃນດ້ານການຮ່ວມກັນ ພັດທະນາ ບຸນຄະລະກອນ ຂອງທັງຝ່າຍ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ອັບເດດ ນະວັດຕະກຳໄຫມ່ ທາງດ້ານເຕັກໂນໂລຊີ ໃຫ້ທ່ວງທັນຕໍ່ສະພາບການ ແລະ ໃຫ້ມີປະສິດຕິພາບ
+ ສິ່ງນີ້ມີຄວາມສໍາຄັນ ແມ່ນເປັນ ໂຄງສ້າງພື້ນຖານດ້ານດິຈິຕອນ ຂອງປະເທດ ເປັນບາດກ້າວທໍາອິດທີ່ຈະ ຊ່ວຍສົ່ງເສີມການຍົກລະດັບຂີດຄວາມສາມາດ ໃຫ້ສອດຄ່ອງກັບ ຍຸດທະສາດດິຈິຕອນ 2030 ຂອງ ສປປ ລາວ ແລະ ສ້າງໂອກາດໃໝ່ໆໃນດ້ານເສດຖະກິດດິຈິຕອນ, ອີຄອມເມີຊ, ຟິນເທັກ, ດ້ານດານຮຽນການສຶກສາ ແລະ ການ ອະນຸລັກພາສາວັດທະນະທຳຂອງຊາດ, ບໍ່ໃຫ້ຖືກລົບລືມໄດ້, ທັງເປັນການແລກປ່ຽນອົງຄວາມຮູ້ ແລະ ຊັບພະຍາກອນ ແຕ່ຍັງເປັນການວາງຮາກຖານເພື່ອສ້າງ ລະບົບນິເວດ AI ຂອງ ສປປ ລາວ ທີ່ຍືນຍົງ ແລະ ເປັນປະໂຫຍດຕໍ່ສັງຄົມ ແລະ ເສດຖະກິດໃນອະນາຄົດ ແລະ ສືບຕໍ່ ເຊື່ອມໂຍງການພັດທະນາວຽກງານດັ່ງກ່າວສູ່ ພູມມີພາກ ເຮັດໃຫ້ການພັດທະນາຂອງປະເທດເຮົາທ່ວງທັນ ກັບ ສາກົນ.
+ ຄ່ຽງຄູ່ກັນນີ້, ການນຮ່ວມມືກັນ ໃນການສ້າງແບບຈໍາລອງປັນຍາປະດິດ Lao Large Language Model ແລະ ໂມດູນພາສາລາວ ທີ່ຖືກຕ້ອງ ກັບຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ເປັນໂຄງການທີ່ສໍາຄັນແຫ່ງການເຕີບໃຫຍ່ຂະຫຍາຍຕົວ ໃນການພັດທະນາວຽກງານດັ່ງກ່າວຮ່ວມກັນ ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສາທາລະນະລບັດ ປະຊາທິປະໄຕ ປະຊາຊົນລາວ, ທັງເປັນການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມຮູ້-ຄວາມສາມາດ ໃນການສ້າງ ແລະ ນໍາໃຊ້ນະວັດຕະກໍາປັນຍາປະດິດ ແລະ ເສີມຂະຫຍາຍພັດທະນາຜະລິດຕະພັນ ໃຫ້ມີຄຸນນະພາບ ແລະ ເປັນປະໂຫຍດຕໍ່ສັງຄົມ, ພ້ອມທັງຍົກລະດັບຄວາມສາມາດໃນການພັດທະນາ AI ໃຫ້ສອດຄ່ອງກັບຍຸດທະສາດດີຈີຕອນ 2030 ຂອງ ສປປ ລາວ.
+ ໃນການດໍາເນີນການຈັດຕັ້ງປະຕິບັດຮ່ວມມືກັນຄັ້ງນີ້ ບໍລິສັດ SX GROUP ແລະ ຄະນະວິທະຍາສາດທໍາມະຊາດ ໄດ້ສະໜັບສະໜູນການໃຊ້ຊັບພະຍາກອນ ແລະ ບຸກຄະລາກອນຮ່ວມກັນ, ນໍາໃຊ້ຊັບພະຍາກອນດ້ານຮາດແວຣ ແລະ ຊອບແວຣ, ພ້ອມທັງການເຂົ້າເຖິງຖານຂໍ້ມູນທີ່ມີຄວາມຈໍາເປັນ ຕໍ່ການພັດທະນາ ແລະ ຝຶກສອນທົດສອບແບບຈໍາລອງປັນຍາປະດິດ ແລະ ດໍາເນີນໂຄງການຄົ້ນຄວ້າວິໄຈ, ແຜນການຄົ້ນຄິດສ້າງນະວັດຕະກໍາໃໝ່ໆ ພ້ອມກັບການສົ່ງເສີມແລກປ່ຽນເອົາຄວາມຮູ້ ແລະ ຜູ້ຊ່ຽວຊານລະຫວ່າງສອງຝ່າຍ ລວມເຖິງການສົ່ງເສີມຝຶກອົບຮົມ, ສໍາມະນາ, ການບັນຍາຍໃຫ້ຄວາມຮູ້ ແລະ ທັກສະ ແກ່ນັກສຶກສາທາງດ້ານປັນຍາປະດິດ ເພື່ອຜັນຂະຫຍາຍຕໍ່ໄປໃນດ້ານໜ້າວຽກຕ່າງໆ ເພື່ອເປັນການສົ່ງເສີມວຽກງານປັນຍາປະດິດຂອງຊາດ ແລະ ອໍານວຍຄວາມສະດວກ ໃນການນໍາໃຊ້ລະບົບພັດທະນາ AI ທີ່ຖືກຕ້ອງ ແລະ ແມນຢໍາທີ່ສຸດ.
+ ຈາກນັ້ນ, ໃນພິທີໄດ້ລົງນາມເຊັນບົດບັນທຶກຂໍ້ຕົກລົງຮ່ວມ MOA ລະຫວ່າງ ທ່ານ ນາງ ສຸລິນ ຊະນະໄຊ ແລະ ທ່ານ ຮ.ສ ປອ ນາງ ວັນແສງ ຈຸນລະມະນີ ໂດຍ ມີທ່ານ ສຈ ປອ ເດຊານຸລາດ ແສງດວງເດດ, ທ່ານ ຮ.ສ ປອ ສົມກຽດ ພະສີ ພ້ອມດ້ວຍແຂກຖືກເຊີນ ເປັນສັກຂີພິຍານ ເພື່ອໃຫ້ການຈັດຕັ້ງປະຕິບັດຮ່ວມມືກັນຄັ້ງນີ້ມີຜົນສໍາເລັດ.